PIYAWUT TANAPANTPRASERT

Vice President

ແນວຄິດສູ່ຄວາມສໍາເລັດ

ຄວາມທຸກຍາກບໍ່ໄດ້ມາຈາກເຊື້ອສາຍແຕ່​ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ມັນ​ສືບ​ທອດ​ກັບ​ຄວາມ​ຮັ່ງ​ມີ

ເລື່ອງຄວາມສໍາເລັດ

ທ່ານ ປິຍະວຸດ ທະນາພັນປະເສີດ (ເບີດ) ເດັກໜຸ່ມລຸ້ນໃຫມ່ໄຟແຮງ ດິນແດນແຫ່ງເມືອງໜັງຕະລຸງ ອາໄສຢູ່ກັບພໍ່ຕູ້ແມ່ຕູ້ຕັ້ງແຕ່ນ້ອຍ ແມ່ຕູ້ສອນສະເໝີວ່າໃຫ້ຕັ້ງໃຈຮຽນ ເມື່ອຮຽນຈົບຈະໄດ້ວຽກທີ່ດີຈະໄດ້ເປັນເຈົ້າຄົນນາຍຄົນ ທ່ານ​ເບີດຮຽນ​ຢູ່ລະດັບ ປວຊ ຈາກ ວິທະຍາໄລເຕັກນິກພັດທະລຸງ ດ້ວຍ​ຄວາມ​ພາກ​ພຽນ​ແລະ​ຕັ້ງ​ໃຈ​ໃນ​ການ​ສຶກ​ສາຈົນໄດ້​ຮັບ​ທຶນ​ການ​ສຶກ​ສາ​ໃນ​ລະ​ດັບ​ປະ​ລິນ​ຍາ​ຕີ ທີ່ ມະຫາວິທະຍາໄລ ເໜືອ ບາງກອກ ຈົນ​ໄດ້​ຮຽນ​ຈົບ​ກຽດ​ນິຍົມ​ຊັ້ນ​ໜຶ່ງ ​ແລະ ຫຼຽນ​ຄຳ ແຕ່ໂຊກຊະຕາຟ້າລິຂິດ ເຮັດໃຫ້ໄດ້ເປັນທະຫານເຮືອພາຍໃຕ້ກອງບັນຊາການທະຫານເຮືອ ກອງທັບເຮືອ ຢ່າງນ້ອຍ ມີຄວາມພາກພູມໃຈທີ່ໄດ້ເກີດມາເປັນລູກຜູ້ຊາຍ ຕ້ອງໄດ້ຮັບໃຊ້ຊາດຫລັງຈາກປົດປະຈຳການ ຕັ້ງໃຈກັບໄປເຮັດວຽກຢູ່ບ້ານເກີດແຂວງ ພັດທະລຸງ ​ແຕ່​ບໍ່​ໜ້າ​ເຊື່ອ​ວ່າ​ກຽດ​ນິຍົມ​ຊັ້ນ​ໜຶ່ງ​ຫຼຽນ​ຄຳ ກໍສາມາດບໍ່ມີວຽກໄດ້ ຢ່າງທີຄົນເຂົາໄດ້ບອກວ່າ “ຜົນ​ສໍາ​ເລັດ​ທາງ​ການ​ສຶກ​ສາ​ ບໍ່ໄດ້ຫມາຍຄວາມວ່າຄົນເຮົາຈະຕ້ອງປະສົບຜົນສໍາເລັດໃນການເຮັດວຽກສະເຫມີໄປ” ດ້ວຍຄວາມເປັນ​ຄົນ​ບໍ່​ເລືອກ​ວຽກ ເລີ່ມວຽກທຳອິດຂອງຂ້ອຍເປັນພະນັກງານຢູ່ Tesco Lotus ສາຂາ ພັດທະລຸງ ເງິນເດືອນບໍ່ໄດ້ຕາມຄຸນວຸດທິ ພຽງ 4,910 ບາດເທົ່ານັ້ນເອງ ແຕ່ໂດຍການບໍ່ຍອມແພ້ກໍ່ພະຍາຍາມສະມັກວຽກ ຈົນມາເຮັດວຽກຢູ່ໂຮງໝໍພັດທະລຸງ ໃນ​ຕໍາ​ແຫນ່ງ​ພະ​ນັກ​ງານ​ອຸ​ປະ​ກອນໂດຍມີເງິນເດືອນສູງກ່ວາເກົ່າ ຄື 5,575 ບາດແຕ່ກໍ່ບໍ່ລະຄວາມພະຍາຍາມ ວ່າຊີວິດຕ້ອງດີກ່ວານີ້ ສາມາດສອບເສັງເຂົ້າເຮັດວຽກເປັນພະນັກງານທະນາຄານ ກຸງສີອາຍຸທະຍາສາຂາ Odean Fashion Mall ຫາດໃຫຍ່

         ເນື່ອງຈາກຕົ້ນທຶນຊີວິດອາດຈະບໍ່ໄດ້ດີຄືຄົນອື່ນ ດ້ວຍການມີພຽງລົດຈັກຄັນດຽວ ໃນການເລີ່ມຕົ້ນເຮັດວຽກ ແຕ່ຝັນເຮົາມັນຍິ່ງໃຫຍ່ກວ່ານັ້ນ ເຮັດວຽກຢູ່ທະນາຄານ 2 ປີ ຊີວິດກໍ່ຍັງຄືເກົ່າ ຢູ່ຫ້ອງເຊົ່າ ຂີ່ລົດຈັກ ຝົນຕົກກໍ່ປຽກ ແດດອອກກໍ່ຮ້ອນ ແລະ ຍັງມີໂອກາດໄດ້ເຂົ້າໄປສຳຜັດກັບທຸລະກິດປະກັນຊີວິດ ຈົນສຳເລັດເຖິງລະດັບຜູ້ຈັດການໜ່ວຍທຸລະກິດ ມີລາຍໄດ້ຫຼັກລ້ານບາດເລີຍ ແຕ່ເນື່ອງຈາກບໍ່ສາມາດຕອບໂຈດໃນເລື່ອງຂອງເວລາໄດ້ ເນື່ອງ​ຈາກຕົ້ນທຶນຊີວິດອາດຈະບໍ່ໄດ້ຫຼາຍຄືຄົນອື່ນ ດ້ວຍການມີພຽງລົດຈັກຄັນດຽວ ໃນການເລີ່ມຕົ້ນເຮັດວຽກ ແຕ່ຝັນເຮົາມັນຍິ່ງໃຫຍ່ກວ່ານັ້ນ  ເຮັດວຽກທະນາຄານ 2 ປີ ຊີວິດກໍຍັງຄືເກົ່າ ຢູ່ບ້ານເຊົ່າ ຂີ່ລົດຈັກ ຝົນຕົກກໍປຽກ ແດດອອກກໍຮ້ອນ ແລະຍັງມີໂອກາດໄດ້ເຂົ້າໄປສໍາຜັດກັບທຸລະກິດປະກັນຊີວິດຈົນສຳເລັດເຖິງລະດັບຜູ້ຈັດການຫົວໜ່ວຍທຸລະກິດ ມີລາຍໄດ້ລວມຫລັກລ້ານບາດເລີຍ ແຕ່ເນື່ອງ​ຈາກບໍ່ສາມດຕອບໂຈດຊີວິດໃນເລື່ອງຂອງເວລາໄດ້ ເພາະເຮົາຕ້ອງເບິ່ງແຍງລູກຄ້າຕະຫຼອດໄປ ກໍເລີຍຕ້ອງປ່ຽນເຄື່ອງມືໃນການສ້າງຊີວິດໃໝ່ ດ້ວຍຄວາມທີ່ເຮົາເຊື່ອໝັ້ນວ່າທຸລະກິດເຄື່ອຄ່າຍມັນຈະເຮັດໃຫ້ເຮົາໄດ້ໃນສິ່ງທີ່ເຮົາຕ້ອງການ ສາມາດສ້າງອານາຄົດທີ່ດີໄດ້ ຈາກປະສົບການເຄືາອຄ່າຍຫລາຍກວ່າ 15 ປີເພາະເຮັດມາຕັ້ງແຕ່ສະໄໝຮຽນມະຫາວິທະຍາໄລ ຜ່ານມາຕັ້ງແຕ່ A-Z ລົ້ມເຫຼວມານັບຄັ້ງບໍ່ຖ້ວນຄືກັນ ແຕ່ສຸດທ້າຍກໍສຳເລັດພາຍໃນໄລຍະເວລາ 7 ປີທີ່ຜ່ານມາ ສາມາດສ້າງຜົນໄດ້ຮັບລາຍໄດ້ລວມຫຼາຍກວ່າ 60 ລ້ານບາດເລີຍ

         ເພາະທຸລະກິດເຄື່ອຄ່າຍນີ້ແຫຼະທີ່ເຮັດໃຫ້ເຮົາຫຼຸດພົ້ນຈາກວົງຈອນຊີວິດ ຂອງວຽກປະຈຳ ແລະສາມາດປ່ຽນຈາກລົດຈັກເປັນລົດໃຫຍ່ໄດ້ໜຶ່ງຄັນດ້ວຍເງິນສົດ ພ້ອມທັ້ງຊື້ລົດໃຫຍ່ເປັນຂອງຂວັນໃຫ້ພໍ່ 1 ຄັນ ມູນຄ່າເກືອບ 1 ລ້ານບາດ  ແລະປ່ຽນຈາກບ້ານເຊົ່າ ເປັນບ້ານຂອງຕົນເອງໄດ້ຫນຶ່ງຫຼັງ ດ້ວຍເງິນສົດ ມູນຄ່າ ເກືອບ 3 ລ້ານບາດ ທີ່ອຳເພີຫາດໃຫຍ່ ຈັງຫວັດສົງຂາ ສາມາດອອກລົດ BMW X3 ມູນຄ່າເກືອບ 4 ລ້ານບາດໄດ້  1 ຄັນ ແລະ ລົດມາດດ້າ CX5 ມູນຄ່າ 1,800,000 ບາດ ໄດ້ອີກ 1 ຄັນ

ພຽງແຕ່ປ່ຽນຄວາມຄິດ ຊີວິດກໍປ່ຽນ...

          ໄດ້ມາພົບກັບທຸລະກິດທີ່ຄົ້ນຫາມທັ້ງຊີວິດ ຕ້ອງຂໍຂອບໃຈຜູ້ທີ່ເປີດໂອກາດທາງທຸລະກິດດີໆ ແບບນີ້ ເອື້ອມີສຸກ ວັນນະພອນ  ແລະ ອ້າຍ ໄພສັກ ຈິລັດພິທັກ  ອັບໄລໃຈດີ ທີ່ສອນວຽກມາຕັ້ງແຕ່ເລີ່ມຕົ້ນເຂົ້າສູ່ທຸລະກິດ ອ້າຍນຸ້ຍ ອັດຄະລພະວັດ  ແລະ ເອື້ອຍຕຸກ ພັນວິລາ ສະຫວ່າງຊັບ ແລະ ທ່ານ ປະທານບໍລິສັດ ທ່ານ ນິຕິ ສະຫວ່າງຊັບ ທີ່ໄດ້ສັນສ້າງບໍລິສັດ ແລະ ສິນຄ້າດີໆ ແບບນີ້ມາໃຫ້ພວກເຮົາໄດ້ມີສຸ​ຂະ​ພາບທີ່ດີ ພ້ອມກັບຄຸນນະພາບຊີວິດທີ່ສາມາດອອກແບບໄດ້ ຕາມໄລສະໄຕທີ່ເຮົາຕ້ອງການ ແລະ ເອໂຟເອສກໍສາມາດພິສູດໃຫ້ເຫັນວ່າເຮົາມີສິນຄ້ານະວັດຕະກຳທາງການກະເສດອິນຊີລະດັບໂລກ ທີ່ສາມາດຂະຫຍາຍທຸລະກິດນີ້ໄປໄດ້ທົ່ວໂລກແແທ້ໆ ພ້ອມກັບສິນຄ້ານະວັດຕະກຳ ອື່ນໆ ອີກຫຼາກຫຼາຍ

          ເຊິ່ງມື້ນີ້ທ່ານ ເບີດ ຂະຫຍາຍທີມງານທັ້ງໃນປະເທດແລະຕ່າງປະເທດຢ່າງຫຼວງຫຼາຍ ເຊັ່ນ ກຳປູເຈຍ ລາວ ຫວຽດນາມ ມຽນມ້າ ມາເລເຊຍ ກິນີ ອັບຝິກາໃຕ້ ອົດສະຕາລີ້ ແລະ ອື່ນໆ ແລະໝັ້ນໃຈວ່າຈະສາມາດຂະຫຍາຍທຸລະກິດກັບເອໂຟເອັສ ໄປໄດ້ທົ່ວໂລກແນ່ນອນ ແລະສິ່ງສຳຄັນທີ່ຂາດບໍ່ໄດ້ ຄືຜູ້ເປີດໂອກາດທີ່ໃຫ້ມາຢືນເທິງໂລກໃບນີ້ ພໍ່ ປິຍາວັດ ທະນາພັນປະເສີດ ແລະ ແມ່ສຸຊາດາ ຊູຈັນ ທີ່ຊ່ວຍສະໜັບສະໜູນທຸກໆດ້ານມາຕະຫຼອດ ເຮັດໃຫ້ ທ່ານ ເບີດ ເຮັດວຽກໄດ້ງ່າຍ ແລະສໍາເລັດໄວຍິ່ງຂື້ນ ທຸລະກິດນີ້ເຮັດໃຫ້ ໂຄດເບີດໄດ້ຮັບອິດສະຫຼະພາບທັ້ງທາງດ້ານການເງິນ ເວລາ ແລະ ການທ່ອງທ່ຽວ ເຮັດໃຫ້ໄດ້ທ່ຽວຟຣີທົ່ວໂລກມາແລ້ວຫລາຍກວ່າ 20 ປະເທດ ແລະ ທຣິບທ່ອງທ່ຽວໃນປະເທດແບບສຸດຫຼູ ຫລາຍກວ່າ 80 ທຣິບ ເພາະວຽກນີ້ມີສະໂລແກນວ່າ ທີ່ເຮັດວຽກ ທີ່ກິນ ທີ່ທ່ຽວ ຄືທີ່ດຽວກັນ

          ໂຊກດີຫລາຍເລີຍທີ່ ທ່ານ ປະທານ ນິຕິ ສອນສະເໝີວ່າ ໃນທຸລະກິດນີ້ ເຮົາໄດ້ເງິນມາເທົ່າໃດບໍ່ສຳຄັນ ແຕ່ສຳຄັນຢູ່ທີ່ວ່າເຫຼືອເທົ່າໃດ ທ່ານ ເຮົາທຸກຄົນຮູ້ຈັກການໃຊ້ຊີວິດແບບຄຸ້ມຄ່າ ປະຢັດອົດອອມ ແລະ ຮູ້ຈັກຕໍ່ຍອດຈາກເງິນທີ່ໄດ້ມາ ເຮັດໃຫ້ທ່ານ ເບີດ ສ້າງຊັບສິນ ທັງ ສັງຫາລິມະຊັບ ແລະ ອະສັງຫາອະລິມະຊັບ ໄດ້ແກ່ ບ້ານ ທີ່ດິນ ສວນຢາງພາລາ ແລະ ຕໍ່ຍອດໃນການລົງທຶນ ຫຸ້ນ ກອງທຶນລວມ  ສະກຸນເງິນດິຈິຕໍ ຄິບໂຕເຄີເລັນຊີ້ ເງິນຝາກທະນາຄານ ສະຫຼາກອອມສິນ ສະຫຼາກອອມຊັບທກສ ສະຫຼາກອອມຊັບທອສ ເພື່ອກະຈາຍຄວາມສ່ຽງໃນການລົງທຶນ ແລະ ໃນອະນາຄົດຈະໄດ້ມີຫຸ້ນຂອງເອໂຟເອສ ໃນຕະຫຼາດຫຼັກຊັບຢ່າງແນ່ນອນ

          ທັ້ງຍັງໄດ້ມີໂອກາດຕອບແທນບຸນຄຸນກັບຜູ້ມີພະຄຸນທຸກທ່ານ ເພາະຄິດໃນໃຈສະເໝີວ່າ ຕົວເຮົາອາດລໍຄອຍຄວາມສໍາເລັດໄດ້ ແຕ່ຄົນຮອບຂ້າງເຮົາບໍ່ຮູ້ຈ້າຖ້າເຮົາໄດ້ອີກດົນປານໃດ  ໃນເມື່ອເຮົາສຳເລັດໄດ້ໄວ ແລ້ວຈະສຳເລັດຊ້າໄປເຮັດຫຍັງ ດ້ວຍການເຮັດວຽກເປັນທີມ ແລະມີລະບົບ 4545 ເຊິ່ງຖືວ່າເປັນລະບົບທີ່ສາມາດສົ່ງຕໍ່ຄວາມສໍາເລັດໄດ້ແທ້ ແລະການເຮັດວຽກທີ່ງ່າຍ ຄົບຄັນ ທັ້ງຮູບແບບ ອອນໄລ ແລະ ອອບໄລ ເພື່ອຮອງຮັບນັຳທຸລະກິນຮຸ່ນໃຫມ່ ທີ່ພ້ອມຈະກ້າວສູ່ສະມາຄົມອາຊ້ຽນ (AEC) ແລະທົ່ວໂລກ ເພື່ອທະຍານສູ່ຄວາມສຳເລັດ ບວກກັບເຄື່ອງມືທີ່ຊົງພະລັງຢ່າງ ເອໂຟເອສ (A4S) ແລະ ຊ່ວງຈັງວະເວລາທີ່ເໝາະສົມທີ່ສຸດ

          ຄຳເວົ້າທີ່ມັກຈະເວົ້າກັບທີມງານສະເໝີວ່າ ໃຜມາຢູ່ກັບເຮົາ ຈະຕ້ອງສໍາເລັດຢ່າງດຽວເທົ່ານັ້ນ ດັ່ງສະໂລແກນຂອງ ທ່ານ ເບີດ "ຊື່ນີ້ກາລັນຕີຄວາມສໍາເລັດ Success Build Success 
ຄວາມສໍາເລັດສ້າງຄວາມສໍາເລັດສະເໝີ ແລະນອກຈາກຄວາມສໍາເລັດຂອງເຮົາແລ້ວ ຍັງມີຜູ້ຄົນອີກຫລາຍອາຊີບ ທີ່ຫັນເຂົ້າມາສູ່ ທຸລະກິດ ເອໂຟເອັສ ບາງທ່ານບໍ່ເຄີຍເຮັດທຸລະກິດເຄື່ອຄ່າຍ ບາງທ່ານກໍເປັນນັກສຶກສາ ແລະບາງທ່ານກໍເປັນເຖິງເຈົ້າຂອງທຸລະກິດຂະໜາດໃຫຍ່ ແຕ່ມື້ນີ້ເຂົາເຫຼົ່ານັ້ນກໍສາມາດປະສົບຄວາມສໍາເລັດຢ່າງຍິ່ງໃຫຍ່ ມີລາຍໄດ້ຫຼັກແສນ ຫຼັກລ້ານບາດຕໍ່ເດືອນ ເຮົາເຊື່ອວ່າທຸກທ່ານທີກຳລັງຕັດສິນໃຈພື່ອການປ່ຽນແປງຄັ້ງຍິ່ງໃຫຍ່ໃນຊີວິດທີ່ຈະມາຮ່ວມທຸລະກິດກັບເຮົາ ກໍສາມາດປະສົບຄວາມສໍາເລັດໄດ້ເຊັ່ນກັນເຮົາໝັ້ນໃຈວ່າສາມາດນຳພາທີມງານທຸກທ່ານໄປສູ່ເປົ້າໝາຍ ແລະ ເຖິງຝັ່ງຝັນໄດ້ຢ່າງແນ່ນອນ"

ປະມວນຮູບພາບຂອງເລື່ອງຊີວິດຂອງນັກທຸລະກິດ A4S

ເສັ້ນທາງສູ່ຄວາມສໍາເລັດຂອງນັກທຸລະກິດ A4S

ມິຖຸນາ 2020

Vice President

ກັນຍາ 2017

Assistant Vice President

ກັນຍາ 2017

Senior Director

ກັນຍາ 2017

Director

ກັນຍາ 2017

Manager

ກັນຍາ 2017

Supervisor

ສິງຫາ 2017

Start a Business A4S