KANANG PRAIBUENG
TAN PRAIBUENG

Assistant Vice President

ແນວຄິດສູ່ຄວາມສໍາເລັດ

ເຊື່ອໝັ້ນ ສັດທາ ແລະລົງມືເຮັດ ຍ່ອມນຳພາສູ່ຄວາມສໍາເລັດ

ເລື່ອງຄວາມສໍາເລັດ

ທ່ານ ຄະນາງ ໄພບຶງ ແລະ ດຣ. ແທນ ໄພບຶງ ເຄີຍເປັນລູກຈ້າງປະຈຳຂອງບໍລິສັດຊີເກດມາ 13 ປີ ແລະ ຜັນຕົວມາເປັນເຈົ້າຂອງທຸລະກິດສ່ວນຕົວ ທັງການເປີດຮ້ານກາເຟ ຮ້ານເສີມສວຍ ຮ້ານເກມ ຮ້ານຂາຍເຄື່ອງແຫ້ງ ຮ້ານເຂົ້າແກງ ຮຽກໄດ້ວ່າເປັນຜູ້ປະກອບການທີ່ຜ່ານທຸລະກິດຢ່າງຫຼາກຫຼາຍ ແຕ່ທັງສອງນັ້ນບໍ່ເຄີຍໄດ້ເຂົ້າມາເຮັດທຸລະກິດເຄືອຂ່າຍເລີຍ ອາດຈະມີທີ່ສະໝັກໄວ້ບາງເທື່ອໄວ້ພຽງເພື່ອຊື້ກິນຊື້ໃຊ້ສິນຄ້າເທົ່ານັ້ນ 

          ຕ້ອງບອກກ່ອນວ່າ ເຮົາທັງຄູ່ຮູ້ຈັກເອໂຟເອັສເພາະການແນະນຳສິນຄ້າ ລໍຢ້ອນ ອອຍ ຈາກ ທ່ານ ມີສຸກ ໂດຍທ່ານ ຄະນາງ ເປັນພະຍາດໄທຣອຍເປັນພິດ ເຮັດໃຫ້ເມື່ອຍງ່າຍ ແລະການເຈັບປ່ວຍຢູ່ຫຼາຍຄັ້ງ ອາການປວດຫົວຈະເກີດຂຶ້ນໄດ້ເລື້ອຍໆ ແຕ່ພໍໄດ້ລອງໃຊ້ຜະ​ລິດ​ຕະ​ພັນ ເຮັດໃຫ້ເຮົາເຫັນເລີຍວ່າພາຍໃນ 21 ມື້  ຮ່າງກາຍເລີ່ມປັບຕົວ ແລະ ມີແນວໂນ້ມດີຂຶ້ນ ເຮັດໃຫ້ເລີ່ມມິຄວາມເຊື່ອໝັ້ນໃຈສິນຄ້າຫຼາຍໆ  

          ໃນຊ່ວງນັ້ນ ທ່ານ ມີສຸກ ໄດ້ໃຫ້ຄຳປຶກສາ ແລະ ຄ່ອຍເບິ່ງແຍງຢູ່ຕະຫຼອດ ຈຶ່ງລອງເປີດໃຈຮຽນຮູ້ເພາະເຖິງແນວໃດ ສິນຄ້າທີ່ໄດ້ກິນກໍສ້າງຄວາມຮູ້ສຶກປະທັບໃຈຢູ່ແລ້ວ ຈຶ່ງລອງມາຮຽນຮູ້ລະບົບຂອງທຸລະກິດເຄື່ອຄ່າຍເລີຍ ເມື່ອຄ່ອຍໆສຶກສາຮຽນຮູ້ຢ່າງສະຫມ່ຳສະເຫມີ ແລະລົງມືເຮັດ ເຮັດໃຫ້ເກີດຄວາມເຂົ້າໃຈໃນລະບົບຫລາຍຍິ່ງຂື້ນ ຊ່ວງ 3 ເດືອນ ທຳອິດກໍ ຂື້ນຕຳແໜ່ງ Director ເພາະຊື້ສິນຄ້າໄວ້ກິນໃຊ້ເທົ່ານັ້ນ ຮຽກໄດ້ວ່າຊື້ມາລອງໃຊ້ເອງທຸກໂຕ ເພາະຢາກຮູ້ຈັກກັບສິນຄ້າໃຫ້ຫລາຍຍິ່ງຂື້ນ ແລະເມື່ອຜົນໄດ້ຮັບດີ ເຮົາກໍໄດ້ເລີ່ມແນະນຳໝູ່ເພື່ອນ ອ້າຍນ້ອງ ເຂົ້າມາຮູ້ຈັກສິນຄ້າ ແລະ ຮຽນຮູ້ກັບລະບົບໄປພ້ອມໆກັນ

          ແຕ່ກໍຍັງບໍ່ເຄີຍລອງສິນຄ້າກະເສດເລີຍ ຈົນເມື່ອມີໂອກາດໄດ້ລົງແປງກະເສດທົດລອງຂອງທີມງານໃນສາຍງານ ແລະໄດ້ໃຊ້ຜະ​ລິດ​ຕະ​ພັນກຸ່ມກະເສດໂຟທຣີ ຕອນນັ້ນຍິ່ງເຮັດໃຫ້ເຮົາປະທັບໃຈຫລາຍຂື້ນໄປອີກເພາະຄົນທີ່ໄດ້ໃຊ້ກໍໄດ້ຮັບຜົນໄດ້ຮັບທາງການກະເສດທີ່ເພີ່ມຫລາຍຂື້ນ ຄວາມເປັນຢູ່ຂອງພວກເຂົາກໍດີຂຶ້ນ ແລະທີ່ສຳຄັນຄືລູກຄ້າກັບຄືນ​ມາຊື້ສິນຄ້າເຮົາຊໍ້າຢູ່ສະຫມ່ຳສະເຫມີ ຮຽກໄດ້ວ່າເປັນອີກຫນຶ່ງຊ່ອງທາງທີ່ສ້າງລາຍໄດ້ໃຫ້ກັບເຮົາທັງສອງຄົນ ຕອນນີ້ມີລາຍໄດ້ຢ່າງສະຫມ່ຳສະເຫມີເດືອນລະ 6 ຫລັກ ແລະ ຕອນນີ້ເຮົາມີເປົ້າໝາຍ ວ່າຈະສົ່ງຕໍ່ສິນຄ້າດີທີ່ສຸດໃຫ້ກັບອ້າຍນ້ອງກະເສດຕະກອນ ເຮົາຢາກໃຫ້ເຂົາໄດ້ຜົນໄດ້ຮັບທີ່ດີຂື້ນ ມີຄວາມເປັນຢູ່ທີ່
ດີຂື້ນ
 

ປະມວນຮູບພາບຂອງເລື່ອງຊີວິດຂອງນັກທຸລະກິດ A4S

ເສັ້ນທາງສູ່ຄວາມສໍາເລັດຂອງນັກທຸລະກິດ A4S

ມັງກອນ 2022

Assistant Vice President

ຕຸລາ 2020

Senior Director

ມັງກອນ 2018

Director

ຕຸລາ 2017

Manager

ກັນຍາ 2017

Supervisor

ສິງຫາ 2017

Start a Business A4S