ມາແລ້ວ ທຣິບທ່ອງທ່ຽວ PHU QUOC ຫວຽດນາມ ເວນິສແຫ່ງຕາເວັນອອກ ບອກໄດ້ຄໍາດຽວວ່າຟຣີທຸກກິດຈະກໍາ

                  ເນື່ອງຈາກມີຄໍາຮຽກຮ້ອງຂອງຫຼາຍໆທ່ານ ມື້ນີ້ A4S ໄດ້ຈັດໜັກຈັດເຕັມໃຫ້ທ່ານ ກິດ​ຈະ​ກໍາແໜ້ນໆ ຕັ້ງແຕ່​ມື້​ທີ່​ທ່ານ​ໄປ​ຈົນ​ຮອດ​ມື້​ທີ່​ທ່ານ​ກັບ ການ​ທ່ອງທ່ຽວ​ທີ່​​ມ່ວນ​ຊື່ນຄົບຊຸດ​ກັບ​ການ​ຜະ​ຈົນ​ໄພ​ທີ່​ຫນ້າ​ຕື່ນ​ເຕັ້ນ​ທີ່​ສຸດ​ ທີ່​ຈະ​ເຮັດ​ໃຫ້​ທຸກ​ຄົນ​ຮ້ອງໂຮຢ່າງມ່ວນຊື່ນ ເບິ່ງຕາເວັນຕົກດ້ວຍທິວທັດທີ່ຄ້າຍຄືເມືອງເວນິາໃນຕາເວັນອອກ ທ່ອງທ່ຽວໄປໃນເມືອງທີ່ບໍ່ເຄີຍຫຼັບນອນ ທັງການສະແດງ, ແສງສະຫວ່າງ, ສີ, ສຽງ, ສາຍມູບໍ່ຄວນພາດ ເພາະພວກເຮົາຈະພາທ່ານໄປວັດທີ່ມີຊື່ສຽງທີ່ສຸດໃນ PHU QUOC ຖ້າພ້ອມແລ້ວໄປກັນເລີຍ!!

Hon Thom Cable Car:

  • ພົບກັບຄວາມຕື່ນເຕັ້ນຂອງການຂີ່ລົດເຄເບິນຂ້າມທະເລທີ່ຍາວທີ່ສຸດໃນໂລກ! ໃນໄລຍະຫ່າງຫຼາຍກວ່າ 7,899 ແມັດ, ເພີດເພີນໄປກັບທິວທັດອັນກວ້າງໃຫຍ່ຂອງທະເລສີຂຽວເຂັ້ມ ແລະ ເກາະຮອນໂທມທີ່ສວຍງາມ ກຽມພ້ອມສໍາລັບປະສົບການທີ່ບໍ່ສາມາດລືມໄດ້ ເມື່ອເຫັນເກາະໝາກນັດ ທີ່ເຕັມໄປດ້ວຍຫາດຊາຍສີຂາວແລະແຖວຕົ້ນຫມາກພ້າວທີ່ສວຍງາມ

Sun World Hon Thom:

  • ປົດປ່ອຍຄວາມມ່ວນຊື່ນທີ່ສຸດດ້ວຍເຄື່ອງຫຼິ້ນຫຼາກຫຼາຍຊະນິດທີ່ເໝາະສົມກັບທຸກຄົນໃນຄອບຄົວ ກັບສວນນ້ໍາ Aquapark ຊັ້ນນໍາຂອງອາຊີຕາເວັນອອກສ່ຽງໃຕ້ ແລະຕື່ນຕາຕື່ນໃຈໄປກັບ The Anger of the Wooden Snake ເຊິ່ງຈະໃຫ້ທ່ານເຫັນວິວ 360 ອົງສາໃນລະດັບຄວາມສູງຫຼາຍກວ່າ 120 ແມັດ

Sunset Town:

  • ດື່ມດ່ຳກັບບັນຍາກາດສຸດໂຣແມນຕິກຂອງເມືອງທີ່ໄດ້ຮັບແຮງບັນດານໃຈຈາກເມືອງເວນິສ ປະເທດອິຕາລີ ຍ່າງທ່ຽວຊົມບ້ານເຮືອນແບບເມດິເຕີເຣນຽນ ເບິ່ງຕາເວັນຕົກດິນທີ່ສວຍງາມຄືກັບຮູບແຕ້ມ ພ້ອມກັບຖ່າຍຮູບບັນທຶກຊ່ວງເວລາທີ່ປະທັບໃຈຈາກທຸກມຸມຂອງເມືອງ ກັບ​ເລື່ອງ​ຄວາມ​ຮັກ​ຂອງ Nguu Lang  ແລະ Chuc Nu ໃນ​ນິທານ​ພື້ນເມືອງ​ຂອງ​ຫວຽດນາມ

Win Wonders Nha Trang

  • ສວນສະໜຸກທີ່ໃຫຍ່ ແລະທັນສະໄໝທີ່ສຸດຢູ່ຫວຽດນາມ ດ້ວຍເນື້ອທີ່ປະມານ 475.000 ຕາແມັດ, ລວມມີເຄື່ອງຫຼິ້ນຫຼາຍກວ່າ 100 ປະເພດ ອອກແບບໃຫ້ເໝາະສົມກັບນັກທ່ອງທ່ຽວທຸກເພດທຸກໄວ ແບ່ງອອກເປັນ 6 ເຂດ ດ້ວຍ 12 ຕີມທີ່ເປັນເອກະລັກສະເພາະ ແລະໄດ້ຮັບແຮງບັນດານໃຈສໍາລັບການຕົບແຕ່ງຈາກເທບນິຍາຍຕ່າງໆ

  • ພິພິດທະພັນສັດນ້ຳຮູບເຕົ່າທີ່ໃຫຍ່ທີ່ສຸດຕິດ 1 ໃນ 5 ຂອງໂລກ ໃຫ້ທ່ານສາມາດເພີດເພີນໄປກັບໂລກໃຕ້ນ້ໍາທີ່ມີປາທີ່ສວຍງາມຫຼາກຫຼາຍ ໃນນັ້ນມີສັດນ້ຳຫຼາຍກວ່າ 300 ຊະນິດ, ທັງໝົດມີບໍ່ຕ່ຳກວ່າ 30.000 ໂຕ ພື້ນທີ່​ວາງສະ​ແດງ​ໄດ້​ແບ່ງ​ອອກ​ເປັນ​ຫຼາຍ​ເຂດ, ລວມມີ​ປາ​ນ້ຳ​ຈືດ, ປາ​ນ້ຳ​ເຄັມ, ​ແລະ ສັດ​ເລືອຄານ. ມີຕູ້ປາຂະຫນາດໃຫຍ່, ຕູ້ປາຕ່າງໆ, ແລະອຸໂມງແກ້ວໃຕ້ນ້ໍາຍາວ 90 ແມັດທີ່ເຮັດໃຫ້ທ່ານຮູ້ສຶກວ່າທ່ານຍ່າງພາຍໃຕ້ທະເລແທ້ໆ. ນອກ​ນີ້​ຍັງ​ມີ​ມຸມ​ວາງສະ​ແດງ​ສັດ​ທະ​ເລ​ອື່ນໆ​ເຊັ່ນ​ປະ​ກາ​ລັງ, ແມງກະພຸນ, ປາ​ໂລ​ມາ

Grand World Phu Quoc:

  • ເພີດເພີນໄປກັບຄວາມງາມຂອງສວນສະຫນຸກທີ່ຕົກແຕ່ງດ້ວຍໄຟທີ່ມີສີສັນໃນຕອນກາງຄືນ ຕື່ນຕາຕື່ນໃຈໄປກັບການສະແດງນ້ໍາພຸດົນຕີ Musical Water Fountain Show ເຊິ່ງປະສົມປະສານແສງສະຫວ່າງ, ສີ, ສຽງແລະນ້ໍາພຸຢ່າງສົມບູນ. ບັນທຶກຄວາມຊົງຈຳພິເສດ ທ່າມກາງບັນຍາກາດທີ່ສວຍງາມ

 

Phu Quoc United Center

  • ທີ່ໄດ້ນໍາເອົາສະຖານທີ່ຊັອບປິ້ງຍອດຮິດຈາກທົ່ວໂລກເຊັ່ນ: ເວນິສ Venice, ຊຽງໄຮ້ Shanghai, ຖະຫນົນຄົນຍ່າງໃນເກົາຫລີ, ແລະຫວຽດນາມ, ແລະມາຈຳລອງໃນພື້ນທີ່ກວ່າ 500 ໄຮ່, ເພື່ອໃຫ້ທຸກຄົນສາມາດເພີດເພີນໄປກັບການຍ່າງຫຼິ້ນໄປມາ ແລະຖ່າຍຮູບບັນຍາກາດໂຣແມນຕິກທີ່ຄ້າຍຄືຄອງ Venice ຈາກອິຕາລີມາໄວ້ທີ່ນີ້ ແລະອີກອັນໜຶ່ງທີ່ໂດ່ງດັງນັ້ນແມ່ນເຮືອນໄມ້ໄຜ່ ເຊິ່ງເປັນສະຖາປັດຕະຍະກຳທີ່ມີຊື່ສຽງໂດ່ງດັງໂດຍນຳໃຊ້ໄມ້ໄຜ່ຫຼາຍກວ່າ 32.000 ຕົ້ນ ເພື່ອມາເຮັດເປັນຫໍໄມ້ທີ່ມີຄວາມສູງ 15 ແມັດ ແລະ ກວ້າງ 700 ຕາແມັດ.

ວັດດິງຊາວ Dinh Cau:

  • ໄຫວ້ຂໍພອນສານເຈົ້າສັກສິດ​ຢູ່​ເທິງ​ໂງ່ນ​ຫີນ​ກາງ​ທະ​ເລ ສຳຜັດປະສົບການຄວາມເຊື່ອ ແລະ ວັດທະນະທໍາຂອງຊາວປະມົງທ້ອງຖິ່ນ ແລະ ເບິ່ງສະຖາປັດຕະຍະກໍາທີ່ໂດດເດັ່ນແລະສວຍງາມຂອງພວກເຂົາ ດ້ວຍ​ງົບ​ປະ​ມານ​ການ​ກໍ່​ສ້າງ​ກວ່າ 166 ລ້ານ​ບາດ​ໄທ ຊົມ​ຮູບ​ປັ້ນ​ພຣະອໍຣະຫັນ 18 ອົງ ແລະ ຮ່ວມໄຫວ້​​ຂໍພອນ​ເຈົ້າແມ່ກວນອິມໃຫຍ່ ທີ່ຢືນຫັນໜ້າອອກສູ່ທະເລ

ໝາຍເຫດ:

1. ໄລຍະເວລານັບຄະແນນແມ່ນ 6 ເດືອນ ແຕ່ເດືອນເມສາ ຫາ ກັນຍາ 2025.

2. ສໍາລັບການທ່ອງທ່ຽວ Incentive Trip ຄັ້ງທໍາອິດ

- ເປັນນັກທຸລະກິດລະດັບ Platinum ຫຼືສູງກວ່າ

- ມີ CV ສ່ວນຕົວ 40 ຂື້ນໄປຕະຫຼອດ 6 ເດືອນ.

- ດຳລົງຄຸນສົມບັດໄດເຣັກເຕີ 1 ໃນ 6 ເດືອນ

- ຕ້ອງມີຄະແນນທ່ອງທ່ຽວຕາມທີ່ກຳນົດໄວ້ຄື 1 ບ່ອນນັ່ງ 18,000 TP ແລະ 2 ບ່ອນນັ່ງ 33,000 TP.