Product Data

  • Category: ກະສິກຳ
  • Product Name: ບູດສເຕີ

ບູດສເຕີ

  ຜະລິດດ້ວຍນະວັດຕະກໍາໃຫມ່ຫລ້າສຸດ ສານສະກັດໄຄໂຕຊານທີ່ໄດ້ຈຶ່ງມີຄວາມເຂັ້ມຂົ້ນ ແລະມີອານຸພາກນ້ອຍລະດັບອີອ້ອນ ພືດຈຶ່ງສາມາດດູດຊຶມມັນໄດ້ໄວ ແລະສາມາດຖືກນໍາໃຊ້ທັນທີຫຼັງຈາກການສີດພົ່ນບໍ່ເກີນ 1 ນາທີ ເພາະ​ສະ​ນັ້ນ​ມັນຈຶ່ງ​ມີ​ປະ​ສິດ​ທິ​ພາບ​ສູງ​ກວ່າ ໄຄໂຕຊານທົ່ວໄປ 

     ບູດສເຕີຊ່ວຍໃຫ້ພືດໄດ້ຮັບກົດອາມິໂນທີ່ຈຳເປັນແລະສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບຢ່າງເຕັມທີ່ ຈຶ່ງເຮັດໃຫ້ພືດຜະລິດຮໍໂມນເອນໄຊ ແລະສານອາຫານ ສົ່ງໄປຫາພາກສ່ວນຕ່າງໆ ຂອງພືດເຮັດໃຫ້ພືດແຂງແຮງ ແລະເຕີບໃຫຍ່ໄວ ຊ່ວຍສົ່ງເສີມການເປີດຕາ (Bud) ຕ່າງໆ ຂອງພືດ ໄດ້ເປັນຢ່າງດີ ຈຶ່ງຊ່ວຍໃຫ້ພືດ ປົ່ງ ໃບ ກິ່ງ ກ້ານ ດອກ ໄດ້ຢ່າງສົມບູນຫຼຸດຜ່ອນການຫຼຸດລົງຂອງດອກແລະຫມາກໄມ້

     ບູດສເຕີຊ່ວຍເສີມສ້າງອອກຊິນແລະເອນຈິບເບີເລລິນໃຫ້ກັບພືດທຸກຊະນິດເມື່ອສີດໃນເວລາທີ່ເຫມາະສົມຊ່ວຍຫຼຸດຜ່ອນການຫຼຸດລົ່ນຂອງດອກແລະຫມາກ ຊ່ວຍເຮັດໃຫ້ ຂັ້ວຫນຽວ ຊ່ວຍໃນການຂະຫຍາຍ ແລະຍຶດຕິດເຊັລເຮັດໃຫ້ມີຮູບຊົງສວຍງາມທີ່ກົງກັບສາຍພັນ ແລະ​ເປັນ​ທີ່​ຕ້ອງ​ການ​ໃນ​ຕະ​ຫຼາດ

     ບູດສເຕີຊ່ວຍໃນການສ້າງຈຸລັງຂອງພືດ, ເນື້ອເຍື່ອ, ຝາຂອງຈຸລັງ ແລະສ້ອມແຊມທຸກຈຸລັງໃຫ້ແຂງແຮງ ຈຶ່ງຊ່ວຍປ້ອງກັນຄວາມເສຍຫາຍຈາກເຊື້ອລາແບັກທີເຣຍ ແລະໄວຣັສ ສາເຫດຂອງພະຍາດພືດ ເຊັ່ນ ເຊື້ອໄຟທອບລໍລ້າ ສາເຫດ ຂອງພະຍາດຮາກເນົ່າ ໂຄນເນົ່າ ຫມາກເນົ່າ ແລະພະຍາດหນ້ຳຢາງຕາຍຫນື້ງ ເຊື້ອແອນແທຣກໂນດ ສາເຫດຂອງພະຍາດ ຫມາກເນົ່າແລະ ພະຍາດທີ່ເກີດຈາກຕິດເຊື້ອຊະນິດອື່ນໆ ເຊັ່ນ​ ພະຍາດເຊື້ອຣານ້ຳຄ້າງ ພະຍາດໃບອຸດ ພະຍາດໃບຂີດ ໃບໄຫມ້ ເຊື້ອຣາເຂົ້າຂົ້ວ ພະຍາດເນົ່າຄໍດິນ ພະຍາດເນົ່າຄໍຮວງ (ເຂົ້າ) ພະຍາດເມັດດ່າງ (ເຂົ້າ) ແລະອື່ນຯ

     ບູດສເຕີສົ່ງເສີມໂຄງສ້າງຂອງພືດໃຫ້ແຂງແຮງ ຊ່ວຍປັບປຸງສະພາບແວດລ້ອມຂອງພືດ ກະຕຸ້ນລະບົບພູມຕ້ານທານຂອງພືດ ຊ່ວຍຫຼຸດບັນຫາພະຍາດພືດ ແລະການລະບາດຂອງສັດຕູພືດ ໄດ້ເປັນຢ່າງດີຈຶ່ງ​ຊ່ວຍໃຫ້ຊາວ​ກະ​ສິ​ກອນຫຼຸດຜ່ອນປະລິມານການໃຊ້ສານເຄມີທີ່ເປັນພິດ

     ບູດສເຕີສາມາດໃຊ້ຮ່ວມກັບສານອິນຊີທຸກປະເພດ ຈຸລິນຊີທຸກສາຍພັນແລະ ຍັງສາມາດນຳໃຊ້ຮ່ວມກັບສານເຄມີກະສິກຳໄດ້ເປັນຢ່າງດີ

ຂະໜາດບັນຈຸ: 250 ມິນລີລິດ x ກະຕຸກ